ປະເພດຄອມພີວເຕີ

  • Super Computer 

ຊູບ​ເປີ​ຄອມ​ພິວ​ເຕີ​ ​ເປັນ​ຄອມ​ພິວ​ເຕີ​ທີ່​ມີ​ປະສິດທິພາບ ສູງ​ສຸດ ​ແລະ ມີ​ຄວາມ​ໄວ​ໃນ​ການ​ປະມວນ​ຜົນ​ສູງເມື່ອທຽບ ກັບຄອມພິວເຕີຊະນິດອື່ນໆ ​ແລະ​ ມີ​ລາຄາ​ແພງ​ຫຼາຍ ມີ​ຂະໜາດ​ໃຫຍ່​ ສາມາດ​ປະມວນ​ຜົນ​ທາງ​ຄະນິດສາດ ​​ໃດ້ຫຼາຍແສນ​ລ້ານ​ຄັ້ງຕໍ່ວິນາທີ ​​ໃດ້ຖືກ​ອອກ​ແບ​ບເພື່ອ​ໃຫ້​​ແກ້​ໃຂບັນຫາ​ຂະໜາດ​ໃຫຍ່​ທາງ​ວິທະຍາສາດ​ ​ແລະ ວິ​ສາວະ​ກຳ​ສາດ​​​ໄດ້​ຢ່າງ​ວ່ອງ​ໄວ​ ດັ່ງນັ້ນ ມັນ​ຈິ່ງ​ຖືກ​ນຳ​ໃຊ້​​ເຂົ້າ​ໃນ​ວຽກ​ງານ​ຕ່າງໆ​ເຊັ່ນ: ການ​ພະຍາກອນອາກາດ​ລ່ວງ​ໜ້າ​ເປັນ​ເວລາ​ຫຼາຍ​ວັນ, ການ​ວິ​ໃຈ​ຂີ​ປະ​ນາ​ວຸ​ດ, ​ໂຄງການ​ອາ​ວະ​ກາດ​ສະ​ຫະລັດ (NASA) ຫຼື ການ​ສື່ສານ​ດາວ​ທຽມ…​ການ​ເຮັດ​ວຽກ​ກັບ​ງານ​ເຫຼົ່າ​ນີ້​ອາດ​ຈະ​ໃຊ້​ເວລາ​ການຄຳນວນຫຼາຍປີ ແຕ່ Super Computer ໃຊ້ເວລາບໍ່ເຖິງນາທີ ເທົ່ານັ້ນ
  • Mainframe Computer : ເມນເຟຣມຄອມພິວເຕີ

         ເມນ​ເຟມຄອມ​ພິ​ວເຕີມີ​ສະ​ມັນ​ຕະພາບ​ທີ່ຕ່ຳກ່ວາ​ຊູບ​ເປີ​ຄອມ​ພິວ​ເຕີ (Super Computer ​​) ​​​ແຕ່​ກໍ່​ຍັງ​ມີ​ປະສິດທິພາບສູງ​ກວ່າ ມິ​ນີຄອມ​ພິວ​ເຕີ (Mini Computer ​​) ຫຼື ​ໄມ​ໂຄຣຄອມ​ພິວ​ເຕີ (Micro Computer). ​​ເມນ​ເຟມຄອມ​ພິວ​ເຕີ ສາມາດ​ໃຫ້​ບໍລິການ​ຜູ້​ໃຊ້​ຫຼາຍ​ຮ້ອຍ​ຄົນ​ພ້ອມໆ​ກັນ ​ແລະ ສາມາດ​ເປີ​ດໂປຣ​ແກຣມຫຼາຍ​ຮ້ອຍ​ຮູບ​ແບບ​ໃນ ​ເວລາ​ດຽວ​ກັນ
ດັ່ງນັ້ນ ຄອມ​ພິວ​ເຕີ​ປະ​ເພດ​ນີ້ຈິ່ງ​ຖືກ​ນຳ​ໃຊ້​ກ່ຽວ​ກັບ ການ​ບໍ່​ລິ​ການ ​ເຊັ່ນ: ທະນາຄານ​ໃຫຍ່​ຕ່າງໆ ​​ແລະ ຕົວຢ່າງ​ເຄື່ອງ ​ເມນ​ເຟມ ທີ່​ໃຊ້​ກັນ​ແຜ່​ຫຼາຍ​ກໍ່​ຄື ຄອມ​ພິວ​ເຕີ​ຂອງ​ທະນາ ຄານທີ່​ເຊື່ອມຕໍ່​ໄປ​ທີ່​ຕູ້ ATM ​ແລະ ສາຂາ​ຂອງ​ທະນາຄານ​ທົ່ວ​ປະ​ເທດ ​ນັ້ນ​ເອງ.

  • Mini Computer : ມິນີຄອມພິວເຕີ

        ມິ​ນີຄອມ​ພິວ​ເຕີ ຄື​: ເມນ​ເຟມຄອມ​ພິວ​ເຕີ​ຂະໜາດ​ນ້ອຍ​ທີ່​ສາມາດ​ໃຫ້​ບໍລິການ​ຜູ້​ໃຊ້​ງານ​ພ້ອມ​ກັນ ແຕ່​ ຈະ​ບໍ່​ມີ​ສະ​ມັນ​ຕະ ພາບທຽບ​ເທົ່າ​ກັບ​ເມນ​ເຟມຄອມ​ພິ​ເຕີ​ໄດ້ ຈິ່ງ ​ເຮັດ​ໃຫ້​ມິ​ນີຄອມ​ພິວ​ເຕີ​ເໝາະສົມ​ຕໍ່​ການ​ໃຊ້​ງານ​ກັບ​ອົງການ​ຂະໜາດ​ກາງ ​ແລະ ພະ​ແນ​ກ ຫຼື ສາຂາ​ຂອງ​ອົງການ​ຂະໜາດ​ໃຫຍ່​ເທົ່າ​ນັ້ນ.
​​        ມິ​ນິຄອມພິວ​ເຕີ ​ເລີ່​ມພັດ​ທະນາ​ຂື້ນ​ໃນ ຄ​.ສ 1960 ຕໍ່​ມາ​ຈາກ​ບໍລິສັດ Digital Equipment Corporation ຫຼື DEC ​ໄດ້ປະກາດ​ໂຕ ມິ​ນິຄອມ​ພິວ​ເຕີ DEC POP-8 (Progtrammed Data Processer) ​ໃນ​ປີ ຄ.ສ 1965 ​ເຊິ່ງ​ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ບໍລິສັດ ຫຼື ອົງ​ກອນ ທີ່​ມີ​ຂະໜາດ​ກາງ ​ເພາະ​ມີ​ລາຄາ​ຖືກ​ກວ່າຄອມ​ພິວ​ເຕີ​ປະ​ເພດ ​ເມນ​ເຟຣມຫຼາຍ ​ເຄ່ືອງ​ມິ​ນິຄອມ​ພິວ​ເຕີຈະ​ໃຊ້​ຫຼັກການ​ຂອງ​ມັລ​ຕິ​ໂປຣ​ແກຣມມິ​ງ ​ເຊັ່ນ​ດຽວ​ກັບ​ເມນ​ເຟຣມ ​ໂດຍ​ຈະ​ສາມາດຮອງຮັບຜູ້ໃຊ້ໄດ້ປະມານ 200 ຄົນພ້ອມໆກັນ ​ແຕ່​ ສິ່ງ​ທີ່​ແຕກ​ຕ່າງ​ລະຫວ່າງ​ເຄື່ອງ ​ເມນ​ເຟຣມ ​ແລະ ​ເຄື່ອງ​ມິ​ນິຄອມ​ພິວ​ເຕີ ກໍ່​ຄື​ຄວາມ​ໄວ​ໃນກາ​ນທຳ​ງານ ​ເນື່​ອງຈາກ ເຄື່ອງມິ​ນິຄອມ​ພິວ​ເຕີ​ຈະ​ທຳ​ງານ​ໄດ້ຊ້າ​ກວ່າ​ການ​ຄວບ ຄຸມ​ຜູ້​ໃຊ້​ງານຕ່າງໆ ທຳ​ໄດ້​ໃນ​ຈຳນວນ​ທີ່​ໜ້ອຍກ​ວ່າ ລວມທັງ​ສື່​ທີ່​ເກັບ​ຂໍ້​ມູນ​ຕ່າງ​ໆ ມີ​ຄວາມ​ຈຳບໍ່ສູງເທົ່າ​ເມນ​ເຟຣມ ດັ່ງນັ້ນ ​ເຄື່ອງ​ມິ​ນິຄອມ​ພິວ​ເຕີຈິ່ງ​ຈັດ​ໄດ້​ວ່າ ເປິນຄອມພິວ​ເຕີ​​ຂະໜາດ​ກາງ
  • ເວີກສະເຕຊັນ (​Workstation) ​ແລະ ​ໄມ​ໂຄຣຄອມ​ພິວ​ເຕີ  (Micro Computer)

       ​ໃນ​ການ​ທຳ​ງານ​ບົນ​ເຄື່ອງ​ເມນ​ເຟຣມ ຫຼື ມິ​ນິຄອມ​ພິວ​ເຕີ ຜູ້​ໃຊ້​ຈະ​ສາມາ​ດຄວບ​ຄຸ​ມການ​ຮັບ​ຂໍ້​ມູນ ​ແລະ ​ເບິ່ງ​ການສະ​ແດງ​ຜົນ​ເທິງ​ຈໍ​ພາບ​ໄດ້​ເທົ່າ​ນັ້ນ  ບໍ່​ສາມາດ​ຄວບ ​ຄຸມ​ອຸປະກອນ​ຮອບ​ຂ້າງ​ອື່ນໆ​ໄດ້ ​ແຕ່​ການ​ໃຊ້ລະບົບ​ຄອມ​ພິວ​ເຕີ​ຊະນິດ​ທີ່​ມີຜູ້​ໃຊ້ຄົນ​ດຽວ​ນັ້ນ ຈະ​ເຮັດ​ໃຫ້​ຜູ້​ໃຊ້​ສາມາ​ດຄວບ​ຄຸມ​ອຸປະກອນ​ອ້ອມ​ຂ້າງຕ່າງໆ​ໄດ້​ທັງ​ໝົດ ບໍ່​ວ່າ​ຈະ​ ເປັນ​ໜ່ວຍ​ຮັບ​ຂໍ້​ມູນ, ໜ່ວຍ​ປະມວນ​ຜົນ, ໜ່ວຍ​ສະ​ແດງ​ຜົນ ຕະຫຼອດ​ຈົນ​ໜ່ວຍ​ເກັບ​ຂໍ້​ມູນ​ສຳຮອງ ນອກຈາກ​ນີ້ ຜູ້​ໃຊ້​ສາມາດ​ເລື​ອກ​ໃຊ້​ໂປຣ​ແກຣມ​ໄດ້​ເອງ​ໂດຍ​ບໍ່​ຕ້ອງ​ກັງວົນ ​ວ່າຍາດ​ໃຊ້​ເວລາ​ການ​​​ໃຊ້​ຂໍ້​ມູນກັບ​ຜູ້​ໃຊ້​ອື່ນ
ຄອມ​ພິວ​ເຕີ​ສຳລັບ​ຜູ້​ໃຊ້​ຄົນ​ດຽວ ສາມາດ​ແບ່ງ​ອອກ​ເປັນ 2 ລຸ້ນ ຄື:
 
  • ເວີກ​ສະ​ເຕຊັນ (Workstation)

        ຖູ​ກພັດທະນາ​ມາ​ໃຫ້​ເປັນ​ຄອມ​ພິວ​ເຕີ​ແບບ​ຕັ້ງ​ໂຕະ ທີ່​ມີ​ຄວາມ​ສາມາດ​ໃນ​ການ​ຄຳນວນດ້ານ​ວິ​ສາວະ​ກຳ, ສະຖາປັດຕະຍະກຳ ຫຼື ງານ​ອື່ນໆ ທີ່​ເນັ້ນການສະ​ແດງ​ຜົນ​ແບບ​ ກຣາຟຟິກຕ່າງໆ ​​ເຊັ່ນ: ການ​ນຳ​ມາ​ຊ່ວຍ​ອອກ​ແບບ​ພາບກຣາຟຟິກ​ໃນ​ໂຮງງານ​ອຸດ​ສາຫະກຳ​ເພື່ອອອກ​ແບບ​ຊິ້ນ​ສ່ວນ​​ໃໝ່ໆ ​ເປັນຕົ້ນ​. ​ເຊິ່ງຈາກ​ການ​ທີ່​ຕ້ອງ​ທຳ​ງານກຣາຟຟິກ ທີ່​ມີ​ຄວາມ​ລະອຽດ​ສູງ ​ເຮັດ​ໃຫ້​ເວີກ​ສະ​ເຕຊັນ​ໃຊ້​ໜ່ວຍ​ປະມວນ​ຜົນ​ທີ່​ມີ​ປະສິດທິພາບ​ຫຼາຍ ລວມທັງ​ມີ​ໜ່ວຍ​ເກັບ​ຂໍ້​ມູນ​ສຳຮອງຈຳນວນ​ຫຼາຍ​ນຳ​ອີ​ກ ມີ​ຜູ້​ໃຊ້​ບາງ​ກຸ່ມ​ເອີ້ນ​ເຄື່ອງລະດັບ​ເວີກ ​ສະ​ເຕຊັນ​ວ່າ: "ຊູບ​ເປີ​ໄມ​ໂຄຣ (Supermicro)” ​ເພາະອອກ​​ແບບ​ມາ​ໃຫ​້​ໃຊ້​ງານ​ແບບ​ຕັ້ງ​ໂຕະ ​ແຕ່​ຊິ​ບທີ່​ໃຊ້ທຳ​ງານນັ້ນ​ແຕກ​ຕ່າງ​ກັນ​ຫຼາຍ ​ເນື່ອງ​ຈາກ ​ເວີກ​ສະ​ເຕຊັ້ນ​ສ່ວນ​ຫຼາຍ​ໃຊ້ ຊິ​ປປະ​ເພດ RiSC (Reduce Istruction Set Computer) ​ເຊິ່ງ​ເປັນ​ຊິ​ບທີ່​ລົດ​ຈຳນວນ​ຄຳ​ສັ່ງທີ່​ສາມາດ​ໃຊ້​ສັ່ງ​ງານ​ໃຫ້​ເຫຼືອ​ສະ​ເພາະທີ່​ຈຳ​ເປ​ັນ​ເພ​ື່ອ​ໃຫ້​ທຳ​ງານ​ໄດ້​ດ້ວຍ​ຄວາມ ​ໄວ​ສູງ
  • ໄມ​ໂຄຣຄອມ​ພິວ​ເຕີ (Micro Computer)

        ໄດ້​ຖືກ​ພັດທະນາ​ຂື້ນ​ໃນ​ປີ 1975 ​ແລະ ​ໄດ້​ຮັບ​ຄວາມ​ນິຍົມຢ່າງ​ຫຼວງ​ຫຼາຍ​ເມື່ອ IBM ​ໄດ້​ສ້າງ​ເຄື່ອງ IBM PC ອອກ​ມາ ​ໄມ​ໂຄຣຄອມ​ພິວ​ເຕີ​ທີ່​ໄດ້​ຮັບ ​ຄວາມ​ນິຍົມ​ໃນ​ບັດ​ຈຸ​ບັນ​ຈະ​ມີ 2 ຊະນິດ​ຄື: Apple Macintosh ​ແລະ IBM PC ​ໃນ​ປະຈຸ​ບັນ ຄວາມ​ແຕກ​ຕ່າງໆ ຫຼື ຊ່ອງ​ວ່າງ​ລະຫວ່າງ ​ເຄື່ອງ ​ເວີກ​ສະ​ເຕຊັນ ​ແລະ ​ເຄື່ອງ​ໄມ​ໂຄຣຄອມ​ພິວ​ເຕີ​ເລີ້ມ​ລົດ​ໜ້ອຍ​ລົງ​ເລືອຍໆ​ ເພາະ​ເຄື່ອງ​ໄມ​ໂຄຣຄອມ​ພິວ​ເຕີ​ລະດັບ​ສູງ​ໃນ​ປະຈຸ​ບັນ ມີ​ປະສິດທິພາບ​ຂອງ​ເຄືອງ ​ແລະ ຄວາມ​ໄວ​ໃນ​ການສະ​ແດງ​ຜົນ ​ທີ່​ດີກ​ວ່າ​ເຄື່ອງ​ເວີກ​ສະ​ເຕຊັນ​ຈຳນວນ​ຫຼາຍ




 ນອກຈາກ​ນີ້ ຍັງ​ມີ​ຄອມ​ພິວ​ເຕີ ​ແບບ​ຜູ້​ໃຊ້​ຄົນ​ດຽວ​ທີ່​ໄດ້​ຮັບ​ການ​ອອກ​ແບບ​ໃຫ້​ສາມາດ​ພົກ​ພາ​ຕິດຕົວ​ໄດ້​ສະດວກ ​ເຊັ່ນ: ຄອມ​ພິວ​ເຕີ​ໂນ​ດບຸກ (Notebook Computer) ຄອມ​ພິວ​ເຕີ ປຣາມທອປ (Palmtop Computer) ​ແລະ PDA (Personal Digital Assistant) ​ເຊິ່ງຄອມ​ພິວ​ເຕີ​ເຫຼົ່າ​ນີ້ ຈັດ​ໄດ້​ວ່າ​ເປັນ​ເຄື່ອງ​ໄມ​ໂຄຣຄອມ​ພິວ​ເຕີ​ຊະນິດ​ໜຶ່ງ​ທີ່​ມີ​ຂະໜາດ​ນ້ອຍ ນຳ​ໜັ​ກເບົາ ​ແລະ ມີ​ຮູບ​ລັສະ​ນະ​ທີ່​ເໝາະ​ສົມັບ​ການ​ພົກ​ພາ
  • ເຄື່ອງ​ຄອມ​ພິວ​ເຕີ​ເຄືອຄ່າ​ຍ (Network Computer)

ເປັນ​ເຄື່ອງ​ຄອມ​ພິວ​ເຕີ​ແບບ​​ໃໝ່​ເຊິ່ງປ່ຽນ​ແປງ​ມາ​ຈາກ​ໄມ​ໂຄຣຄອມ​ພິວ​ເຕີ ​ໂດຍ​ໄດ້​ຮັບ​ອິດທິພົນມາ​ຈາກ​ແນວ​ຄອມ​ພິວ​ເຕີ ອິນ​ເຕີ​ເນັທ ຄອມ​ພິວ​ເຕີ​ເຄືອຄ່າ​ຍທີ່​ນິຍົ​ມ​ເອີ້ນ​ກັນ​ວ່າ NC ຈະຖືກ​ອອກ​ແບບ​ໃຫ້​ເປັນ​ຄອມ​ພິວ​ເຕີ​ທີ່​ມີ​ລາຄາ​ຕ່ຳ ຄ່າ​ໃຊ້​ຈ່າຍ​ໃນ​ການ​ບຳລຸງ​ຮັກສາ​ໜ້ອຍ ​ເຮັດ​ໃຫ້​ເໝາະ​ສົມ​ກັບ​ການ​ໃຊ້​ງານ​ປະລິມານ​ຫຼາຍໆ ​ໃນ​ອົງ​ກອນ​ຂະໜາດ​ໃຫຍ່ ລວມທັງ ​ການ​ເຊື່ອ​ມຕໍ່ອິນ​ເຕີ​ເນັດ
​ຄ​ອມພິວ​ເຕີ​ເຄື່ອຄ່າ​ຍຈະ​ບໍ່​ມີ​ໜ່ວຍ​ເກັບ​ຂໍ້​ມູນ​ສຳຮອງ​ຢູ່​​ໃນ​ຕົວ ການຈັດ​ເກັບ​ຂໍ້​ມູນ ​ແລະ ​ໂປຣ​ແກຣມຈະ​ຢູ່​ເຄື່ອງ​ສູ​ນກາງ (server) ​ເຊິ່ງມີ​ຂໍ້​ດີ​ ຄື:ການ​ປ່ຽນ​ລຸ້ນ (Upgrade)ຊອຟ​ແວຣ໌ສາມາດ​ທຳ​ງານ​ໄດ​ງ່າ​ຍ ສາມາດ​ທຳ​ງານ​ຈາ​ກເຄ່ືອງຄອມ​ພິວ​ເຕີ​ເຄືອ​ຄ່າ​ຍ​ເຄື່ອງ​ໄດ​ກໍ່​ໄດ້ ລວມທັງ​ງ່າຍ​ຕໍ່​ການ​ເບິ່ງ​ແຍງ​ຮັກສາ (Mailtenance) ຂອງ​ຜູ້​ເບິ່ງ​ ແຍງ​ຮັກສາ​ລະບົບຄອມ​ພິວ​ເຕີ

  • ຄອມ​ພິວ​ເຕີ​ແບບ​ຝັງ (Embedded Computer) ​

ເປັນ​ເຄື່ອງ​ຄອມ​ພິວ​ເຕີທີ່​ຖື​ຝັງ​ໄປ​ໃນ​ອຸປະ​ກອນ ​ເຮັດ​ໃຫ້​ເບິ່ງ​ບໍ່​ເຫັນ​ຮູບ​ລັສະ​ນະພາ​ຍນອກ​ວ່າ​ເປັນ​ຄອມ​ພິວ​ເຕີ ນິຍົມ​ໃຊ້​ໃນ​ການທຳ​ງານ​ສະ​ເພາະ​ດ້ານ​ໂດຍ​ຄວບ​ຄຸມ​ການ​ທຳ​ ງານ​ບາງ​ຢ່າງ​ ເຊັ່ນ: ​ເຕົາ​ອົບ​ໄມ​ໂຄຣ​ເວ​ຟ, ລະບົບການ​ເຕີມ​ນຳ​ມັນ, ​ໂມງ, ອຸປະກອນ​ການ​ຫຼິນ​ເກມ​ເປັນຕົ້ນ,