ຕົ້ນກຳເນີດຂອງຄອມພິວເຕີອາດກ່າວໄດ້ວ່າມາຈາກແນວຄວາມຄິດຂອງ ລະບົບຕົວເລກເຊິ່ງໄດ້ພັດທະນາເປັນວິທີການຄຳນວນຕ່າງໆ ລວມທັງອຸປະກອນທີ່ຊ່ວຍໃນການ ຄຳນວນຢ່າງງ່າຍໆ ຄື:“ກະດານຄຳນວນ”ແລະ“ລູກຄິດ”ໃນສັດຕະວັດທີ 17 ເຄື່ອງຄຳນວນແບບໃຊ້ເຟື້ອງເຄື່ອງທຳອິດໄດ້ກຳເນີດຂື້ນຈານັກຄະນິດສາດຊາວຝລັ່ງ ຄື: Blaise Pascal ໂດຍເຄື່ອງຂອງ ເຂົາສາມາດຄຳນວນການບວກ ການລົບໄດ້ຢ່າງທ່ຽງຕົງ ແລະ ໃນສັດຕະວັດດຽວກັນນັກຄພນິດສາດຊາວເຢຍລະມັນ ຄື: Gottried Wilhelm von Leibniz ໄດ້ສ້າງເຄື່ອງຄິດເລກເຄື່ອງທຳອິດທີ່ສາມາດຄູນ ແລະ ຫານໄດ້
ໃນຕົ້ນສັດຕະວັດທ ີ19 ຊາວຝລັ່ງຊື່ວ່າ Joseph Marie Jacquard ໄດ້ພັດທະນາເຄື່ອງທໍ່ຜ້າທີ່ສາມາດໂປຣແກຣມ ໄດ້ ໂດຍເຄື່ອງທໍ່ຜ້ານີ້ໃຊ້ບັດຂະໜາດໃຫຍ່ ເຊິ່ງໄດ້ເຈາະຮູໄວ້ເພື່ອຄວບຄຸມຮູບແບບຂອງລາຍທີ່ຈະປັກ ບັດເຈາະຮູ (Punched card) ທີ່ Jacquard ໃຊ້ນີ້ໄດ້ຖືກພັດທະນາຕໍ່ໆມາໂດຍຜູ້ອື່ນ ເພື່ອໃຫ້ເປັນອຸປະກອນປ້ອນຂໍ້ມູນ ແລະ ໂປຣ ແກຣມເຂົ້າເຄື່ອງຄອມພິວເຕີໃນຍຸກທຳອິດ
ຕໍ່ມາໃນສັດຕະວັດດຽວກັນ ຊາວອັງກິດ ຊື່ວ່າ: Charles Babbage ໄດ້ສ້າງເຄື່ອງສຳລັບແກ້ສົມຜົນໂດຍໃຊ້ພະ ລັງງານອາຍນ້ຳ ເອີ້ນວ່າ: Difference engine ແລະ ຖັດຈາກນັ້ນໄດ້ສະເໜີທິດສະດີກ່ຽວກັບຄອມພິວເຕີສະໄໝໃໝ່ ເມື່ອ ເຂົາໄດ້ອອກແບບເຄື່ອງຈັສຳລັບການວິເຄາະ (analytical engine) ໂດຍໃຊ້ພະລັງງານຈາກອາຍນ້ຳ ເຊິ່ງໄດ້ມີການ ອອກແບບໃຫ້ໃຊ້ກັບບັດເຈາະຮູຂອງ Jacquard ໃນການ ປ້ອນຂໍ້ມູນ ເຮັດໃຫ້ອຸປະກອນຊິ້ນນີ້ມີໜ່ວຍຮັບຂໍ້ມູນ ໜ່ວຍປະ ມວນຜົນ ໜ່ວຍສະແດງຜົນ ແລະ ໜ່ວຍເກັບຂໍ້ມູນສຳຮອງ ຄົບຕາມຮູບແບບຂອງຄອມພິວເຕີສະໄໝໃໝ່ ແຕ່ໂຊກບ່ໍເຂົ້າ ຂ້າງທີ່ເຖິງແນວຄິດຂອງເຂົາຈະຖືຕ້ອງ ແຕ່ເຕັໂນໂລຊີ ໃນຂະນະນັ້ນບໍ່ເອື້ອອຳນວຍຕໍການສ້າງເຄື່ອງທີ່ສາມາດທຳ ງານໄດ້ຈິງຢ່າງໄດກໍ່ດີ Charles Babbage ກໍ່ໄດ້ຮັບການຍົກຍ້ອງວ່າເປັນບິດາແຫ່ງຄອມພິວເຕີຄົນທຳອິດ ແລະ ຜູ້ຮ່ວມ ງານຂອງເຂົາຄື: Augusta Ada Byron ກໍ່ໄດ້ຮັບການຍົກຍ້ອງວ່າເປັນນັກຂຽນໂປຣແກຣມຄົນທຳອິດຂອງໂລກ
ເຄື່ອງ Difference engine ຂອງທ່ານ Charles Babbage
ຈາກນັ້ນປະມານປີ ຄ.ສ. 1886 Dr.Herman ໄດ້ພັດທະນາເຄື່ອງຈັດລຽງບັດເຈາະແບບ electromechanical ຂືນເຊິ່ງທຳ ງານໄດ້ດ້ວຍພະລັງງານໄຟຟ້າ ແລະ ສາມາດ ທຳການຈັດລຽງ (Sort) ແລະ ຄັດເລືອກ (Select) ຂໍ້ມູນໄດ້ຕໍ່ມາໃນປີ ຄ.ສ 1896 Hollerith ໄດ້ກໍ່ຕັ້ງ ບໍລິສັດສຳລັບເຄື່ອງຈັກໃນການຈັດຮຽງ ຊື່ວ່າ: Tabulating Machine Company ແລະ ໃນປີ ຄ.ສ 1911 Hollerith ໄດ້ຂະຫຍາຍກິດຈະການໂດຍເຂົ້າຫຸ້ນກັບບໍລິສັດອື່ນອີກ 2 ບໍລິສັດ Computing - Tabulating - Recordig - Company ເຊິ່ງປະສົບຄວາມສຳເລັດເປັນຢ່າງຫຼາຍ ແລະ ໃນປີ ຄ.ສ 1924 ໄດ້ປ່ຽນຊື່ເປັນ International Business Corporation ຫຼື ຮູ້ຈັກກັນຕໍ່ມາໃນຊື່ຂອງບໍລິສັດ IBM ນັ້ນເອງ.
Dr.Herman ເຄື່ອງ Electromechanical ເຊິ່ງທຳງານໄດ້ດ້ວຍພະລັງງານໄຟຟ້າ
ໃນປີ ຄ.ສ 1939 Dr. Howard H. Aiken ຈາກ Harvard University ໄດ້ຮ່ວມມກັບບໍລິສັດ IBM ອອກແບບຄອມພິວເຕີ ໂດຍໃຊ້ທິດສະດີຂອງ Babbage ແລະ ໃນປີ ຄ.ສ 1944 Harvard mark I ກໍ່ໄດຖືກຳເນີດຂືນເປັນຄອມພິວເຕີເຄື່ອງທຳອິດ ເຊິງມີຄວາມຍາວ 5 ຟຸດ ໃຊ້ພະລັງງານໄຟຟ້າ ແລະ ໃຊ້ relay ແທນເຟືອງ ແຕ່ຍັງທຳງານໄດ້ຊ້າຄື ໃຊ້ເວລາປະມານ 3-5 ວິນາທີສຳລັບ ການຄູນ
ການພັດທະນາທີ່ສຳຄັນກັບ Mark I ໄດ້ເກີດຂື້ນປີ 1946 ໂດຍ Jonh Preper Eckert, Jr. ແລະ Dr. Jonh W.Msuchly ຈາກ University of Pennsylvnia ໄດ້ອອກແບບ ສ້າງເຄື່ອງ ENIAC ( Electronic Numeric Integator and Calcuator ) ເຊິ່ງ ທຳງານໄດ້ໄວຢູ່ໃນໜ່ວຍຂອງໜຶ່ງສ່ວນລ້ານວິນາທີ ໃນຂະນະທີ່ Mark I ທຳງານຢູ່ໃນໜ່ວຍ ໜຶ່ງສ່ວນພັນລ້ານເທົ່າ ໂດຍຫົວໃຈແຫ່ງຄວາມສຳເລັດນີ້ຢູ່ທີ່ການໃຊ້ຫຼອດສູນຍາກາດ ມາແທນທີ່ relay ນັ້ນເອງ ແລະ ຖັດຈາກນັ້ນ Mauchly ແລະ Eckert ກໍ່ທຳການສ້າງ UNIVAC ເຊິ່ງເປັນເຄື່ອງຄອມພິວເຕີອີເລັກໂທຣນິກ ເພື່ອການຄ້າເຄື່ອງທຳອິດຂອງໂລກເຄື່ຶອງ Eniac ທີ່ມີຂະໜາດໃຫຍ່ ກວ້າງ 10 ຟຸດ ຍາວ 10 ຟຸດ ແລະ ສູງ 10 ຟຸດ
ການພັດທະນາທີ່ສຳຄັນໄດ້ເກີດຂື້ນມາອີກ ເມື່ອ Jonh von Neumann ເຊິ່ງເປັນທີ່ປຶກສາຂອງໂຄງການ ENIAC ໄດ້ສະເໜີແຜນສຳລັບຄອມພິວເຕີເຄື່ອງທຳອິດທີ່ຈະທຳການເກັບໂປຮແກ ຣມ ໄວ້ໃນ ໜ່ວຍໂປຣແກຣມໄວ້ໃນໜ່ວຍຄວາມຈຳທີ່ເໝືອນກັບທີ່ເກັບຂໍ້ມູນ ເຊິ່ງພັດທະນາການນີ້ທຳໃຫ້ສາມາດປ່ຽວົງຈອນຂອງຄອມພິວເຕີໄດ້ໂດຍ ອັດຕະໂນມັດແທນທີ່ຈະຕ້ອງທຳການ ປ່ຽນສະວິກດ້ວຍມືຄືຊ່ວງ ກ່ອນຈາກນີ້ Dr. Von Neumann ຍັງໄດນຳລະບົບເລກຖານສອງມາໃຊ້ໃນຄອມພິວເຕີເຊິ່ງຫຼັກການຕ່າງໆ ເຫຼົ່ານີ້ ໄດ້ເຮັດໃຫ້ເຄື່ອງ IAS ທີ່ສ້າງໂດຍ Dr. von Neumann ເປັນເຄື່ອງຄອມພິວເຕີ ອະເນກປະສົງ ເຄື່ອງທຳອິດຂອງໂລກ ເປັນການເປີດສັກກະຫຼາດຂອງຄອມພິວເຕີຢ່າງແທ້ຈິງ ແລະ ຍັງໄດ້ເປັນບິດາຄອມພິວເຕີ ຄົນທີ່ 2




ไม่มีความคิดเห็น:
แสดงความคิดเห็น