2/24/2555

-ຊູບເປີຄອມພິວເຕີ (SuperComputer)

ຊູບ​ເປີ​ຄອມ​ພິວ​ເຕີ ​(SuperComputer)ເປັນຄອມພິວເຕີທີ່ມີປະສິດທິພາບ ສູງສຸດແລະ ມີຄວາມໄວໃນການປະມວນຜົນສູງເມື່ອທຽບ ກັບຄອມພິວເຕີຊະນິດອື່ນໆແລະມີລາຄາແພງຫຼາຍ ມີຂະໜາດໃຫຍ່ ສາມາດປະມວນຜົນທາງຄະນິດສາດ ​​ໃດ້ຫຼາຍແສນລ້ານຄັ້ງຕໍ່ວິນາທີ ​​ໃດ້ຖືກອອກແບບເພື່ອໃຫ້​​ແກ້ໃຂບັນຫາຂະໜາດໃຫຍ່ທາງວິທະຍາສາດ​ ​ແລະ ວິສາວະກຳສາດ​​​ໄດ້ຢ່າງວ່ອງໄວດັ່ງນັ້ນ ມັນຈິ່ງຖືກນຳໃຊ້​​ເຂົ້າໃນວຽກງານຕ່າງໆເຊັ່ນ: ການພະຍາກອນອາກາດລ່ວງໜ້າເປັນເວລາຫຼາຍວັນ, ການວິໃຈຂີປະນາວຸ, ​ໂຄງການອາວະກາດສະຫະລັດ (NASA) ຫຼື ການສື່ສານດາວທຽມ…​ການເຮັດວຽກກັບງານເຫຼົ່ານີ້ອາດຈະໃຊ້ເວລາການຄຳນວນຫຼາຍປີ ແຕ່ Super Computer ໃຊ້ເວລາບໍ່ເຖິງນາທີ ເທົ່ານັ້ນ

2/17/2555

- ຈຸດກຳເນີດຂອງນຄອມພິວເຕີ

ຕົ້ນກຳ​ເນີ​ດຂອງ​ຄອມ​ພິວ​ເຕີ​ອາດ​ກ່າວ​ໄດ້​ວ່າມາ​ຈາກ​ແນວ​ຄວາມ​ຄິດ​ຂອງ​ ລະບົບ​ຕົວ​ເລກ​ເຊິ່ງ​ໄດ້​ພັດທະນາ​ເປັນ​ວິທີ​ການ​ຄຳນວນ​ຕ່າງໆ ລວມທັງ​ອຸປະກອນ​ທີ່​ຊ່ວຍ​ໃນ​ການ ​ຄຳນວນຢ່າງ​ງ່າຍໆ ຄື:“ກະດານ​ຄຳນວນ”​ແລະ“ລູກຄິດ”
ໃນ​ສັດຕະວັດ​ທີ 17 ​ເຄື່ອງ​ຄຳ​ນວນ​ແບບ​ໃຊ້​ເຟື້ອງ​ເຄື່ອງ​ທຳ​ອິດ​ໄດ້​ກຳ​ເນີ​ດຂື້ນ​ຈາ​ນັກ​ຄະນິດສາດຊາວ​ຝລັ່ງ​ ຄື: Blaise Pascal ​ໂດຍ​ເຄື່ອງ​ຂອງ ​ເຂົາສາມາດ​ຄຳນວນ​ການ​ບວກ ການ​ລົບ​ໄດ້​ຢ່າງ​ທ່ຽງ​ຕົງ ​ແລະ ​ໃນ​ສັດຕະວັດ​ດຽວ​ກັນ​ນັກຄພນິດ​ສາດ​ຊາວ​ເຢຍລະ​ມັນ​ ຄື: Gottried Wilhelm von Leibniz ​ໄດ້​ສ້າງ​ເຄື່ອງຄິດ​ເລກ​ເຄື່ອງ​ທຳ​ອິດ​ທີ່​ສາມາດ​ຄູນ​ ແລະ ຫານ​ໄດ້

        ໃນ​ຕົ້ນ​ສັດຕະວັດ​ທ ີ19 ຊາວ​ຝລັ່ງຊື່ວ່າ Joseph Marie Jacquard​ ໄດ້​ພັດທະນາ​ເຄື່ອງທໍ່​ຜ້າທີ່​ສາມາດ​ໂປຣ​ແກ​ຣມ ​ໄດ້ ​ໂດຍ​ເຄື່ອງ​ທໍ່​ຜ້າ​ນີ້​ໃຊ້​ບັດ​ຂະ​ໜາດ​ໃຫຍ່ ​ເຊິ່ງ​ໄດ້​ເຈາະ​ຮູ​ໄວ້​ເພື່ອ​ຄວບ​ຄຸມ​ຮູບ​​ແບບ​ຂອງ​ລາຍ​ທີ່​ຈະປັກ ບັດ​ເຈາະ​ຮູ (Punched card) ທີ່ Jacquard ​ໃຊ້​ນີ້​ໄດ້​ຖືກ​ພັດທະນາ​ຕໍ່ໆມາ​ໂດຍ​ຜູ້​ອື່ນ ​ເພື່ອ​ໃຫ້​ເປັນ​ອຸປະກອນປ້ອນ​ຂໍ້​ມູນ ​ແລະ​ ​ໂປຣ ​ແກຣມ​ເຂົ້າ​ເຄື່ອງ​ຄອມ​ພິວ​ເຕີ​ໃນ​ຍຸກ​ທຳ​ອິດ 
         ຕໍ່​ມາ​ໃນ​ສັດຕະວັດ​ດຽວ​ກັນ ຊາວ​ອັງກິດ ຊື່ວ່າ: Charles Babbage ​ໄດ້​ສ້າງ​ເຄື່ອງ​ສຳລັບ​ແກ້​ສົມ​ຜົນ​ໂດຍ​ໃຊ້​ພະ ລັງງານ​ອາຍ​ນ້ຳ ​ເອີ້ນວ່າ: Difference engine ​ແລະ ຖັດຈາກ​ນັ້ນ​ໄດ້​ສະ​ເໜີ​ທິດ​ສະ​ດີກ່ຽວ​ກັບ​ຄອມ​ພິວ​ເຕີ​ສະ​ໄໝ​ໃໝ່ ​ເມື່ອ​ ເຂົາ​ໄດ້​ອອກ​ແບບ​ເຄື່ອງຈັສຳລັບ​ການ​ວິ​ເຄາະ (analytical engine) ​ໂດຍ​ໃຊ້​ພະລັງງານ​ຈາກ​ອາຍ​ນ້ຳ ​ເຊິ່ງ​ໄດ້​ມີການ ອອກ​ແບບ​ໃຫ້​ໃຊ້​ກັບ​ບັດ​ເຈາະ​ຮູ​ຂອງ Jacquard ​ໃນ​ການ ປ້ອນ​ຂໍ້​ມູນ ​ເຮັດ​ໃຫ້​ອຸປະກອນ​ຊິ້ນນີ້​ມີ​ໜ່ວຍ​ຮັບ​ຂໍ້​ມູນ ໜ່ວຍ​ປະ ມວນ​ຜົນ ໜ່ວຍ​ສະ​ແດງ​ຜົນ ​ແລະ ໜ່ວຍ​ເກັບ​ຂໍ້​ມູນສຳຮອງ ຄົບ​ຕາມ​ຮູບ​ແບບ​ຂອງ​ຄອມ​ພິວ​ເຕີ​ສະ​ໄໝ​ໃໝ່ ​ແຕ່​ໂຊກ​ບ່ໍ​ເຂົ້າ ຂ້າງທີ່​​ເຖິງ​ແນວ​ຄິດ​ຂອງ​ເຂົາຈະ​ຖື​ຕ້ອງ ​ແຕ່​ເຕັ​ໂນ​ໂລຊີ ​ໃນ​ຂະນະ​ນັ້ນບໍ່​ເອື້ອ​ອຳ​ນວຍ​ຕໍ​ການ​ສ້າງ​ເຄື່ອງ​ທີ່​ສາມາດທຳ ​ງານ​ໄດ້​ຈິງຢ່າງ​ໄດ​ກໍ່​ດີ Charles Babbage ກໍ່​ໄດ້​ຮັບ​ການ​ຍົກຍ້ອງ​ວ່າ​ເປັນ​ບິດາ​ແຫ່ງຄອມ​ພິວ​ເຕີ​ຄົນ​ທຳ​ອິດ ​ແລະ ຜູ້​ຮ່ວມ​ ງານ​ຂອງ​ເຂົາ​ຄື: Augusta Ada Byron ກໍ່​ໄດ​້ຮັບ​ການ​ຍົກຍ້ອງ​ວ່າ​ເປັນ​ນັກ​ຂຽນ​ໂປຣ​ແກຣມຄົນ​ທຳ​ອິດ​ຂອງ​ໂລກ
ເຄື່ອງ Difference engine ຂອງທ່ານ Charles Babbage


        ຈາກ​ນັ້ນປະ​ມານ​ປີ ຄ.ສ. 1886 Dr.Herman ​ໄດ້​ພັດທະນາ​ເຄື່ອງ​ຈັດ​ລຽງບັດ​ເຈາະ​ແບບ electromechanical ຂືນ​ເຊິ່ງທຳ​ ງານ​ໄດ້​ດ້ວຍ​ພະລັງງານໄຟຟ້າ ​ແລະ ສາມາດ ທຳ​ການຈັດ​ລຽງ (Sort) ​ແລະ ຄັດ​ເລືອກ (Select) ຂໍ້​ມູນ​ໄດ້​ຕໍ່​ມາ​ໃນ​ປີ ຄ.ສ 1896 Hollerith ​ໄດ້​ກໍ່ຕັ້ງ ບໍລິສັດ​ສຳລັບ​ເຄື່ອງ​ຈັກ​ໃນ​ການຈັດ​ຮຽງ ຊື່ວ່າ: Tabulating Machine Company ​ແລະ ​ໃນ​ປີ ຄ.ສ 1911 Hollerith ​ໄດ້​ຂະຫຍາຍ​ກິດຈະການ​ໂດຍ​ເຂົ້າຫຸ​້ນກັບ​ບໍລິສັດ​ອື່ນອີກ 2 ບໍລິສັດ  Computing - Tabulating - Recordig - Company ​ເຊິ່ງປະສົບ​ຄວາມ​ສຳ​ເລັດ​ເປັນ​ຢ່າງຫຼາຍ ​ແລະ ​ໃນ​ປີ ຄ.ສ 1924 ​ໄດ້​ປ່ຽນ​ຊື່​ເປັນ International Business Corporation  ຫຼື ຮູ້ຈັກ​ກັນ​ຕໍ່​ມາ​ໃນ​ຊື່​ຂອງ​ບໍລິສັດ IBM ນັ້ນ​ເອງ.












 





Dr.Herman ເຄື່ອງ Electromechanical ເຊິ່ງທຳງານ​ໄດ້​ດ້ວຍ​ພະລັງງານໄຟຟ້າ






  ໃນ​ປີ ຄ.ສ 1939 Dr. Howard H. Aiken ຈາກ Harvard University ​ໄດ້​ຮ່ວມ​ມກັບ​ບໍລິສັດ IBM ອອກ​ແບບ​ຄອມ​ພິວ​ເຕີ ​ໂດຍ​ໃຊ້​ທິດ​ສະ​ດີ​ຂອງ Babbage ​ແລະ ​ໃນ​ປີ ຄ.ສ 1944 Harvard mark I ກໍ່​ໄດ​ຖື​ກຳ​ເນີ​ດຂືນ​ເປັນ​ຄອມ​ພິວ​ເຕີ​ເຄື່ອງ​ທຳ​ອິດ ​ເຊິ​ງມີ​ຄວາມ​ຍາວ 5 ຟຸດ ​ໃຊ້​ພະລັງງານ​ໄຟຟ້າ ​ແລະ ​ໃຊ້ relay ​ແທນ​ເຟືອງ ​ແຕ່​ຍັງ​ທຳ​ງານ​ໄດ້​ຊ້າຄື​ ໃຊ້​ເວລາ​ປະມານ 3-5 ວິນາທີ​ສຳລັບ ການ​ຄູນ
          ການ​ພັດທະນາ​ທີ່​ສຳຄັນ​ກັບ Mark I ​ໄດ້​ເກີດ​ຂື້ນ​ປີ 1946 ​ໂດຍ Jonh Preper Eckert, Jr. ​ແລະ Dr. Jonh W.Msuchly ຈາກ University of Pennsylvnia ​ໄດ້​ອອກ​ແບບ​ ສ້າງ​ເຄື່ອງ ENIAC ( Electronic Numeric Integator and Calcuator ) ​ເຊິ່ງ ທຳ​ງານ​ໄດ້​ໄວ​ຢູ່​ໃນ​ໜ່ວຍ​ຂອງ​ໜຶ່ງ​ສ່ວນ​ລ້ານ​ວິນາທີ ​ໃນ​ຂະນະ​ທີ່ Mark I ທຳ​ງານ​ຢູ່​ໃນ​ໜ່ວຍ​ ໜຶ່ງ​ສ່ວນ​ພັນ​ລ້ານ​ເທົ່າ ​ໂດຍ​ຫົວ​ໃຈ​ແຫ່ງ​ຄວາມ​ສຳ​ເລັດ​ນີ້​ຢູ່​ທີ່​ການ​ໃຊ້​ຫຼອດ​ສູນຍາກາດ ມາ​ແທນ​ທີ່ relay ນັ້ນ​​ເອງ ​ແລະ ຖັດຈາກ​ນັ້ນ Mauchly ​ແລະ Eckert ກໍ່​ທຳ​ການ​ສ້າງ UNIVAC ​ເຊິ່ງ​ເປັນ​ເຄື່ອງ​ຄອມ​ພິ​ວ​ເຕີ​ອີ​ເລັ​ກໂທຣນິກ ​ເພື່ອ​ການ​ຄ້າ​ເຄື່ອງ​ທຳ​ອິດ​ຂອງ​ໂລກ
ເຄື່ຶອງ Eniac ທີ່ມີຂະໜາດໃຫຍ່ ກວ້າງ 10 ຟຸດ ຍາວ 10 ຟຸດ ແລະ ສູງ 10  ຟຸດ 
       ການ​ພັດທະນາ​ທີ່​ສຳຄັນ​ໄດ້​ເກີດ​ຂື້ນ​ມາ​ອີກ ​ເມື່ອ Jonh von Neumann ​ເຊິ່ງ​ເປັນ​ທີ່​ປຶກສາຂອງ​ໂຄງການ ENIAC ​ໄດ້ສະ​ເໜີ​ແຜນ​ສຳລັບຄອມ​ພິວ​ເຕີ​ເຄື່ອງ​ທຳ​ອິດ​ທີ່​ຈະ​ທຳ​ການ​ເກັບ​ໂປ​ຮ​ແກ ​ຣມ ​ໄວ້​ໃນ ​ໜ່ວຍ​ໂປ​ຣ​ແກຣມ​ໄວ້​ໃນ​ໜ່ວຍ​ຄວາມ​ຈຳ​ທີ່​ເໝືອນ​ກັບທີ່​ເກັບ​ຂໍ້​ມູນ​ ເຊິ່ງພັດທະນາ​ການ​ນີ້​ທຳ​ໃຫ້​ສາມາດ​ປ່ຽວົງ​ຈອນ​ຂອງ​ຄອມ​ພິວ​ເຕີ​ໄດ້​ໂດຍ​ ອັດຕະ​ໂນ​ມັດ​ແທນ​ທີ່​ຈະ​ຕ້ອງ​ທຳ​ການ ປ່ຽນສະວິກດ້ວຍ​ມື​ຄືຊ່ວງ​ ກ່ອນ​ຈາກ​ນີ້ Dr. Von Neumann ຍັງ​ໄດ​ນຳ​ລະບົບ​ເລກ​ຖານສອງ​ມາ​ໃຊ້​ໃນ​ຄອມ​ພິວ​ເຕີ​ເຊິ່ງຫຼັກການ​ຕ່າງ​ໆ ​​ເຫຼົ່າ​ນີ້ ​ໄດ້​ເຮັດ​ໃຫ້​ເຄື່ອງ IAS ທີ່​ສ້າງ​ໂດຍ Dr. von Neumann ​ ເປັນ​ເຄື່ອງ​ຄອມ​ພິວ​ເຕີ​ ອະ​ເນກປະ​ສົງ ​ເຄື່ອງ​ທຳ​ອິດ​ຂອງ​ໂລກ ​ເປັນ​ການ​ເປີດ​ສັກກະຫຼາດ​ຂອງ​ຄອມ​ພິວ​ເຕີ​ຢ່າງ​ແທ້​ຈິງ ​ແລະ ຍັງ​ໄດ້​ເປັນ​ບິດາ​ຄອມ​ພິວ​ເຕີ ຄົນ​ທີ່ 2

 

- ຄຸນປະໂຫຍດຂອງຄອມພິວເຕີ

ຈາກ​ການ​ທີ່​ຄອມ​ພິວ​ເຕີ​ມີ​ລັກສະນະ​ເດັ່ນ​ຫຼາຍ​ ປະການ ​ເຮັດ​ໃຫ້​ຖືກ​ນຳ​ມາ​ໃຊ້​ປະ​ໂຫຍ​ດຕໍ່​ການ​ດຳ​ເນີນຊີວິດ​ປະຈຳ​ວັນ​ໃນ​ສັງຄົມ​ ເປັນ​ເປັນ​ຢ່າ​ງຫຼວງ​ຫຼາຍ ທີ່​ມັກ​ພົບ​ເຫັນ​ທີ່​ສຸດ​ຄ ການ​ໃຊ້​ໃນານ​ພິບ​ເອກະສານ​ຕ່າງໆ ​ເຊັ່ນ: ພິມຈົດໝາຍ, ບົດ​ລາຍ​ງານ, ​ເອກະສານ​ຕ່າງໆ ​ເຊິ່ງ​ເຊິ່ງ​ເອີ້ນ​ວ່າ: ງານ​ປະມວນ​ຜົນ (word processing) ນອຈາກ​ນີ້​ຍັງ​ມີ​ການ​ ປະຍຸກ​ໃຊ້​ຄອມ​ພິວ​ເຕີ​ໃນ​ດ້ານ​ຕ່າງໆ​ອີກຫຼາຍ​ດ້ານ​ ດັ່ງ​ນີ້:
1/- ວຽກ​ງານ​ທຸລະ​ກິດ: ​ ເຊັ່ນ: ບໍລິສັດ, ຮ້ານ​ຄ້າ​, ຫ້າງ​ສັບພະ​ສິນຄ້າ, ຕະຫຼອດ​ຈົນ​ໂຮງງານ​ຕ່າງໆ ​ໃຊ້​ຄອມ​ພິວ​ເຕີ​ໃນ​ການ​ບັນຊີ, ງານ​ປະມວນ​ຄຳ ​ແລະ ຕິດ​ຕໍ່​ກັບ​ໜ່ວຍ​ ງານ​ພາຍ​ນອກ ຜ່ານ​ລະບົບ​ໂທລະ​ຄົມມະນາຄົມ ນອກ​ນີ້​ງານ​ອຸດ​ສາ​ຫະກຳ ສ່ວນ​ໃຫຍ່​ກໍ່​ໃຊ້​ຄອມ​ພິວ​ເຕີ​ມາ​ຊ່ວຍ​ຄວບ​ຄຸມ​ໃນ​ການ​ຜະລິດ ​ແລະ ການ​ປະກອບຊິ້ນ​ສ່ວນ​ຂອງ ​ອຸປະກອນ​ຕ່າງໆ ​ເຊັ່ນ: ​ໂຮງງານປະກອບ​ລົດຍົນ ​ເຊິ່ງ​ເຮັດ​ໃຫ້ການ​ຜະລິດ​ມີ​ຄຸນ​ນະພາ​ບດີ​ຂື້ນບໍລິສັດ​ຍັງ​ສາມາດ​ຮັບ ຫຼື ງານ​ທະນາຄານ​ທີ່​ໃຫ້​ບໍລິການ​ຖອນ ​ເງິນຜ່ານ​ຕູ້​ຖອນ​ເງິນ​ອັດຕະ​ໂນ​ມັດ (ATM) ​ແລະ ​ໃຊ້​ຄອມ​ພິວຕີຄິດ​ໄລ່​ດອກ​ເບ້ຍ​ໃຫ້​ກັບ​ຜູ້ຝາກ​ເງິນ ​ແລະ ການ​ໂອນ​ເງິນ ລະຫວ່າງ​ບັນຊີ ​ເຊື່ອງ​ໂຍງ​ກັນ​ເປັນ​ລະບົບ ​ເຄືອ​ຄ່າ​ຍ
1/- ວຽກ​ງານ​ວິທະຍາສາດ, ການ​ແຜດ ​ແລະ ວຽກ​ງານ​ສາທາລະນະ​ສຸກ: ສາມາດນຳ​ຄອມ​ພິວ​ເຕີ​ໃນ​ສ່ວນ​ຂອງ​ການຄຳນວນ​ທີ່​ຄ້ອນ​ຂ້າງ​ຊັບ​ຊ້ອນ ​ເຊັ່ນ: ງານ​ ສຶກສາ​ ໂມ​ເລ​ກູນສານ​ເຄມີ, ວິຖີ​ການ​ໂຄຈອນຂອງ​ການ​ສົ່ງ​ຈະ​ຫຼວດ​ໄປສູ່ອາ​ວະ​ກາດ ຫຼື ງານ​ທະບຽນ, ການ​ເງິນ, ສະ​ຖີຕິ ​ແລະ ​ເປັນ​ອຸປະກອນ​ສຳລັບ​ການ ກວດ​ຮັສາ​ໂລກ ​ໄດ້ ​ເຊິ່ງ ຈະ​ໃຫ້​ຜົນ​ທີ່​ແນ່ນອນກວ່າ​ກາ​ນກວດ​ດ້ວຍ​ເຄມີ​ແບບ​ເດີມ ​ແລະ ​ໃຫ້ການ​ຮັສາ​ໄດ້​ຢ່າງ​ວ່ອງ​ໄວ​ຂື້ນ
2/- ວຽງານ​ຄົມມະນາຄົມ​ ​ແລະ ສື່ສານ: ​ໃນ​ສ່ວນ​ທີ່​ກ່ຽວ​ກັບານ​ເດີນທາງ ຈະ​ໃຊ້​ຄອມ​ພິວ​ເຕີ​ໃນ​ການຈອງ​ວັນ​ເວລາ,ທີ່​ນັ່ງ ​ເຊິ່ງມີ​ການ​ເຊື່ອ​ມ​ໂຍງ​ໄປ​ທຸກ​ສະຖານີ ຫຼື ທຸ​ກ ສາຍ​ການບິນ​ໄດ້ ​ເຮັດ​ໃຫ້​ສະດວກຕໍ່​ຜູ້​ເດີນທາງທີ່​ບໍ່​ຕອງ​ເສຍ​ເວລາລໍຖ້າ ອີກ​ທັງ​ຍັງ​ໃຊ້​ໃນ​ການ​ຄວບ​ຄຸ​ມການ​ຈະລະ​ຈອນ ​ເຊັ່ນ: ​ໄຟ​ສັນຍາ​ຈາລະ​ຈອນ ​ແລະ ການ​ຈາລະ​ ຈອນ​ທາງ​ອາກາດ ຫຼື ​ໃນການ​ສື່ສານ​ກໍ່​​ໃຊ້​ໃນ​ການ​ຄວບ​ຄຸ​ມການ​ໂຄຈອນຂອງ​ດາວ​ທຽມ​ເພື່ອ​ໃຫ້​ຢູ່ ​ໃນ​ວົງ​ໂຄຈອນ ​ເຊິ່ງຈະ​ຊ່ວຍ​ສົ່ງ​ຜົນ​ຕໍ່​ການ​ສົ່ງ​ສັນຍານ​ໃຫ້​ລະບົບ​ການ ​ສື່ສານມີ​ຄວາມ​ຊັດ​ເຈນ
3/- ວຽກ​ງານ​ວິ​ສາວະ​ກຳ ​ແລະ ສະຖາປັດຕະຍະກຳ: ສະຖາ​ປາ​ນິກ ​ແລະ ວິ​ສາວະ​ກຳ​ສາມາດ​ໃຊ້​ຄອມ​ພິວ​ເຕີ​ໃນ​ການ​ອອກ​ແບບ ຫຼື ຈຳລອງ​ສະພາວະ​ການ ຕ່າງໆ ​ເຊັ່ນ: ການ​ຮັບ​ແຮງ​ສັ່ນ​ສະ​ເທືອ​ນຂອງ​ອາຄານ​ເມື່ອ​ເກີດ​ແຜ່ນດິນ​ໄຫວ​ໂດຍ​ຄອມ​ພິວ​ ເຕີ​ຈະ​ຄຳນວນ ​ແລະ ສະ​ແດງ​ພາບ​ສະຖານະ​ການ​ທີ່​ໄກ້​ຄຽງ​ຄວາມ​ຈິງ ລວມທັງ​ການ​ ໃຊ້​ຄວບ​ຄຸມ ​ແລະ ຕິດຕາມຄວາມ​ກ້າວໜ້າ​ຂອງ​ໂຄງການ​ຕ່າງໆ ​ເຊັ່ນ: ຄົນ​ງານ, ​ເຄື່ອງມ ​ແລະ ຜົນ​ການ​ທຳ​ງານ
4/- ວຽກ​ງານ​ລາຊະການ: ​ເປັນ​ໜ່ວຍ​ງານ​ທີ່​ໃຊ້​ຄອມ​ພິວ​ເຕີ​ຫຼາຍ​ທີ່​ສຸດ ​ໂດຍ​ມີ​ການ​ໃຊ້​ຫຼາຍ​ຮູບ​ແບບ ທັງ​ນີ້​ຂື້ນ​ຢູ່ກັບ​ບົດ​ບາດ ​ແລະ ໜ້າ​ທີ່​ຂອງ​ໜ່ວຍງານ​ນັ້ນໆ ​ເຊັ່ນ​: ກະຊວງ​ສຶກສາ​ທິການ ມີ​ການ​ໃຊ້​ລະບົບ​ປະຊຸມທາງ​ໄກ​ຜ່ານ​ຄອມ​ພິວ​ເຕີ, ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ໄດ້​ຈັດ​ລະບົບ​ເຄືອ​ຄ່າ​ຍອິນ​ເຕີ​ເນັດ ​ເພື່ອ​ເຊື່ອ​ມ​ໂຍງ​ ໄປ​ຍັງ​ສະ​ຖາ​ບັນ​ຕ່າງໆ, ກົມ​ຊັບພະຍາ​ອນ ​ໃຊ້​ໃນ​ການຈັດ​ເກັບ​ພາສີ, ບັນທຶການ​ເສີຍ​ພາສີ ​ເປັນຕົ້ນ.
5/-ວຽກ​ງານການ​ສຶກສາ: ​ໄດ້​ແກ່ ການ​ໃຊ້​ຄອມ​ພິວ​ເຕີທາງ​ດ້ານ​ການ​ຮຽນ​ການ​ສອນ ​ເຊິ່ງມີານນຳ​ຄອມ​ພິວ​ເຕີມາ​ຊ່ວຍ​ການ​ສອນ​ໃນ​ລັກສະນະບົດຮຽນ CAI ຫຼ ງານ​ທະບຽນ ​ເຊິ່ງ​ເຮັດ​ໃຫ້​ສະດວກ​ຕໍ່​ການຄົ້ນຫາ​ຂໍ້​ມູນນັຮຽນ , ການ​ເກັບ​ຂໍ້​ມູນ​ຢືມ ​ແລະ ສົ່ງປື້​ມຫ້ອງ​ສະໝຸດ

- ຄຸນສົມບັດຂອງຄອມພິວເຕີ

- ຄຸນສົມບັດຂອງຄອມພິວເຕີ
ປະຈຸ​ບັນ​ນີ້​ຄົນ​ສ່ວນ​ໃຫຍ່​ນີຍົມ​ນຳ​ຄອມພິວ​ເຕີ​ມາ​ນຳ​ໃຊ້ງານ​ຕ່າງ ໆ ຫຼາຍ​ຂື້ນ ​ເຊີ່ງ​ຜູ້​​ໃຊ້ສວ່ນໃຫຍ່ມັກ
​ ຈະ​ຄິດ​ວ່າຄອມ​ພີ​ວ​ເຕີ​ເປັນ​ເຄື່ອງມື​ທີ່​ສາມາດ​ທຳ​ງານ​ໄດ້ສາລະພັດ ແຕ່ຜູ້ມີຄວາມຮູູ້ທາງດ້ານຄອມພິວເຕີຈະຊາບ ວ່າວຽກງານທີ່ເໝາະກັບການນຳຄອມພິວເຕີມາໃຊ້ງານຍ່າງຍິ່ງຄື: ການສ້າງສາລະສົນເທດ ເຊິ່ງສາລະສົນເທດ ເຫຼົ່ານັ້ນສາມາດນຳມາພິມອອກທາງເຄື່ອງພິມ, ສົ່ງຜ່ານເຄືອຄ່າຍຄອມພິວເຕີ ຫຼື ເກັບໄວ້ໃຊ້ໃນອະນາຄົດກໍ່ໄດ້ ເນື່ອງຈາກຄອມພິວເຕີມີຄຸນສົມບັດຕ່າງໆ ຄື:
1 ຄວາມໄວ (Speed) ຄອມພິວເຕີປະຈຸບັນນີ້ສາມາດທຳງານໄດ້ເຖິງຮ້ອຍລ້ານຄຳສັ່ງໃນໜຶ່ງວິນາທີ
2 ຄວາມເຊື່ອຖື (reliable) ຄອມພິວເຕີໃນປະຈຸບັນນີ້ຈະເຮັດວຽກໄດ້ທັງກາງເວັນ ແລະ ກາງຄືນໂດຍບໍ່ມີຂໍ້ຜິດ ພາດ ແລະ ບໍ່ຮູ້ອິດຮູ້ເໝື່ອຍ
3 ຄວາມ​ຖືກຕ້ອງ​ແມ້ນ​ຢຳ(Accurlate) ວົງ ​ຈອນ​ຂອງ​ຄອມ​ພິວ​ເຕີນັ້ນຈະ​ໃຫ້​ຜົນ​ຂອງ​ການ​ຄຳນວນ​ທີ່​ຖືກຕ້ອງ​ສະ​ ເໝີ ຫາກ​ຜົນ​ການ​ຄຳນວນ​ຜິດ​ຈາກ​ທີ່​ຄວນ​ຈະ​ເປັນ​ມັກ​ເກີດ​ຈາກ​ຄວາມ​ຜິດ​ພາດ​ຂອງ​ ໂປຣ​ແກຣມ ຫຼື ຂໍ້​ມູນ​ທີ່​ເຂົ້າສູ່​ ໂປຣ​ແກ​ຣມ
4 ເກັບ​ຂໍ້​ມູນ​ຈຳນວນ​ຫຼວງ​ຫຼາຍ​ໄດ ້(Store Massive Amounts of Information) ​ ໄມ​ໂຄຣຄອມ​ພິວ​ເຕີ​ໃນ​ປັດຈຸບັນ ຈະ​ມີ​ທີ່​ເກັບ​ຂໍ້​ມູນ​ສຳຮອງ​ທີ່​ສູງຫຼາຍ​ກວ່າ​ພັນ​ລ້ານ​ຕົວ​ອັກສອນ ​ແລະ ສຳລັບ​ຄອມ​ພິວ​ເຕີ​ຂະໜາດໃຫ​ຍ່ຈະ​ສາມາດ​ເກັບ​ຂໍ້​ມູນ​ໄດ້​ຫຼາຍ​ກວ່າ​ພັນ​ ລ້ານໆ ຕົວ​ອັກສອນ
5 ຍ້າຍ​ຂໍ້​ມູນ​ຈາກ​ທີ່​ໜື່ງ​ໄປ​ອີກ​ທີ່​ໜຶ່ງ​ໄດ້​ຢ່າງ​ວ່ອງ​ໄວ (Move Information)​ໂດຍ ​ການ​ຕິດ​ຕໍ່​ສື່ສານ​ຜ່ານລະບົບ​ເຄືອ​ຄ່າ​ຍຄອມ​ພິວ​ເຕີ ​ເຊິ່ງສາມາດ​ສົ່ງ​ພົດຈະນານຸກົມ​ໜຶ່ງ​ເຫຼັ້ມ​ໃນ ​ຮູບ​ຂອງຂໍ້​ມູນ​ອີ​ເລັກ​ໂທຣນິກ ​ໄປ​ຍັງ​ຄອມ​ພິວ​ເຕີ​ທີ່​ຢູ່​​ໄກຄົນ​ລະ​ຊີກ​ໂລກ​ໄດ້​ໃນ​ເວລາ​ບໍ່​ເຖິງ​ໜຶ່ງ​ ວິນາທີ ​ເຮັດ​ໃຫ້​ມີ​ການ​ເອີ້ນ​ເຄືອ​ຄ່າ​ຍຄອມ​ພິວ​ເຕີ​ທີ່​ເຊື່ອມ​ໂຍງ​ກັນທົ່ວ​ໂລກ​ ໃນ​ປະຈຸ​ບັນ​ວ່າ “ທາງ ​ດ່ວນ​ສາ​ລະ​ສົນ​ເທດ (Information Superhighway)
ຜູ້​ທີ່​ສົນ​ໃຈ​ສຶກສາ​ທາງ​ດ້ານ​ ຄອມ​ພິວ​ເຕີ ຈະ​ຕ້ອງ​ສຶກສາ​ຫຼັກ​ການ​ທຳ​ງານ​ພື້ນຖານ​ຂອງ​ຄອມ​ພິວ​ເຕີ​ ​ແລະ ​ໂປຣ​ແກຣມປະຍຸກ​ຕ່າງໆ ລວມທັງ​ຈະ​ຕ້ອງ​ສຶກສາຜົນ​ກະທົບຂອງ ຄອມພິວເຕີທີ່ກະທົບຕໍ່ສັງຄົມໃນປະຈຸ​ບັນ​ ທັງ​ໃນ​ແງ່​ບວກ​ ແລະ ​ແງ່​ລົບ ​ໂດຍ​ໃນ​ແງ່​ບວກ​ນັ້ນຈະ​​ເຫັນ​ໃດ້ງ່າ​ຍຈາກ​ສະພາບ​​ແວດ​ລ້ອມ​ທົ່ວ​ໄປ ນັ້ນຄື​: ​ເຮັດ​ໃຫ້​ສາມາດ​ເຮັດ ​ວຽກ​ງານ​ໄດ້​ຢ່າງ​ສະດວກ ​ແລະ ວ່ອງ​ໄວ​ຂື້ນ ​ເລີ້ມ​ຕັ້ງ​ແຕ່​ການຈັດ​ເກັບ​ເອກະສານ, ການ​ຂຽນ​ຈົດໝາຍ, ການ​ເຮັດ​ໜັງສືພິມ ​ແລະ​ ວາລະສານ​ຕ່າງໆ, ການ​ຝາກ-​ຖອນ​ເງິນ ​ທະນາຄານ​, ການ​ຈ່າຍ​​ເງິນຄ່າ​ສິນຄ້າອອນ​ໄລນ໌,ການກວດ​ຄວາມ​ຜິດ​ປົກກະຕິ​ຂອງ​ເດັກ​ນອຍ​ໃນ ​ທ້ອງ​ແມ່​ ແລ​ະ​ ໃນ​ວົງ​ການ​ແຜດ​ອື່ນໆຫຼວງ​ຫຼາຍ
ໃນ​ແງ່​ລົບ​ກໍ່​ມີ​ຫຼາຍ​ຢ່າງ​ ເຊັ່ນ:
1/-ໂຮງການະລິດ​ອຸປະກອນ​ຄອມ​ພິວ​ເຕີນັ້ນຕ້ອງ​ໃຊ້​ສານ​ເຄມີ​ເປັນ​ຈຳນວນ​ຫຼາຍ ​ເຊິ່ງຈະ​ກໍ່​ໃຫ້​ເກີດ​ມົນ​ລະ​ພິດ​ຕ່າງໆ.
2/- ຜູ້ ​ໃຊ້​ອາດ​ມີ​ການ​ເຈັບ​ປ່ວຍ​ທີ່​ເກີດ​ຈາ​ກການ​​ເຮັດ​ວຍກກັບ​ຄອມ​ພິວ​ເຕີ​ເປັນ ​ເວລາ​ດົນໆ ​ເຊັ່ນ: ອາດ​ຈະ​ມີ​ການ​ປວດ​ຫຼັງທີ່​ເກີດ​ຈາ​ການ​ນັ່ງຢູ່​ໜ້າ​ຄອມ​ດົນໆ ຫຼື ອາດ​ເກີດ​ອາການ Crapal Tunnel Syndrome (CTS) ​ ເຊິ່ງ​ເປັນ​ການ​ເຈັບ​ປວດ​ທີ່​ເກີດ​ຈາກ​ເສັ້ນປະສາດ​ຖືກ​ກົດ​ທັບ​ເປັນ​ເວລາ​ ດົນໆ ​ແລະ ອາດ​ຈະ​ມີ​ອັນຕະລາຍ​ຈາກ​ລັງສີ​ທີ່​ອອກ​ມາ​ຈາ​ກຈໍຄອມ​ພິວ​ເຕີ ​ແລະ ​ໂລກ​ ອື່ນໆ​ ອີກ​ຫຼາຍ
3/- ຖ້າ​ຄອມ​ພີ​ວ​ເຕີ​ທຳ​ງານ​ຜິດພາດ​ໃນ​ລະບົບ​ທີ່​ສຳຄັນອາດ​ຈະ​ເປັນ​ອັນຕະລາຍ​ ກັບ​ຊີວິດ​ມະນຸດ​ໄດ້ ເຊັ່ນ: ການ​ໃຊ້​ຄອມ​ພິວ​ເຕີ​ຄວບ​ຄຸມ​ການ​ຈາລະ​ຈອນ​ທາງ​ອາກາ​​ດ ​ເປັນຕົ້ນ.

- ຄອມພິວເຕີແມ່ນຫຍັງ?

ຄອມພິວເຕີ ແມ່ນ ເຄື່ອງເລັກໂທນິກຊະນີດໜື່ງທີ່ສາມາດປະມວນຜົນຂໍ້ມູນໃດ້ຢ່າງວ່ອງໄວ ແລະ ແມ້ນຢຳ ໃນອະດີດຄົນເຮົາໃດ້ໃຊ້ແຮງງານເຂົ້າໃນການຄຳນວນ ແລະ ເກັບກຳ ຂໍ້ມູນດ້ວຍການຈົດກ່າຍ ແລະ ນອກຈາກຈະເຮັດໃຫ້ເສຍເວລາແລ້ວຍັງເຮັດໃຫ້ຂໍ້ມູນຜິດພາດ. ຈົນກະທັ້ງມະນຸດເຮົາໃດ້ຄົ້ນຄວ້າ ແລະ ສ້າງ Computer ຂື້ນມາ ຄອມພິວເຕີ ໃດ້ເຂົ້າ ມາຊ່ວຍລົດແຮງງານຄົນ ດັ່ງນັ້ນ ມັນຈິ່ງຈຳເປັນທີ່ພວກເຮົາຈະຕ້ອງຮຽນຮູ້.
ໃນປັດຈຸບັນຄອມພິວເຕີໃດ້ເຂົ້າມາມີບົດບາດສຳຄັນຕໍ່ຊີວິດຂອງຄົນເຮົາທຸກຄົນທິຍົມກັນໃຊ້ຢ່າງແຜ່ຫຼາຍມັນບໍ່ໄດ້ຈຳກັດພຽງໃນແວດວົງທຸລະກິດເທົ່ານັ້ນ ແຕ່ຍັງເປັນທີ່ທຸກຄົນໃຊ້ ງານເປັນປະຈຳ ບໍ່ວ່າຈະເປັນ ນັກຮຽນ, ນັກສຶກສາ, ພະນັກງານ ແລະ ບຸກຄົນທົ່ວໄປ.
ຄອມພິວເຕີ(Computer) ຄື: ອຸປະກອນທາງອີເລັກໂທຣນິກ(Electronic Device)ທີ່ມະນຸດໃຊ້ເປັນເຄື່ອງໃນການຈັດການກັບຂໍ້ມູນທີ່ເປັນ ຕົວເລກ, ຕົວອັກສອນ ຫຼື ສັນຍາລັກທີ່ໃຊ້ແທນຄວາມໝາຍໃນສິ່ງຕ່າງໆ. ໂດຍຄຸນສົມບັດທີ່ສຳຄັນຂອງຄອມພິວເຕີ ຄື: ການທີ່ສາມາດກຳໜົດຊຸດຄຳສັ່ງລ່ວງໜ້າ ຫຼື ໂປຣແກຣມໄດ້(Programmable) ນັ້ນຄື: ຄອມພິວເຕີສາມາດທຳງານໄດ້ຫຼາກຫຼາຍຮູບແບບ ຂື້ນຢູ່ກັບຊຸດຄຳສັ່ງທີ່ເລືອກມາໃຊ້ງານ ເຮັດໃຫ້ຄອມພິວເຕີສາມາດໄປປະຍຸກໃຊ້ໃນວຽກງານຢ່າງກວ້າງຂວາງ ເຊັ່ນ: ການກວດຄື້ນຄວາມຖີ່ຂອງຫົວໃຈ, ການຝາກ-ຖອນເງິນໃນທະນາຄານ, ການກວດສອບສະພາບເຄື່ອງຈັກ, ເປັນຕົ້ນ. ຂໍ້ດີຂອງຄອມພິວເຕີຄື: ເຄື່ອງຄອມພິວສາມາດເຮັດວຽກ ໄດ້ຢ່າງມີປະສິດທິພາບ ມີຄວາມຖືກຕ້ອງ ແລະ ມີຄວາມວ່ອງໄວ
ຢ່າງໄດກໍ່ດີ ບໍ່ວ່າຈະເປັນວຽກງານຊະນິດໃດກໍ່່ຕາມ ຄອມພິວເຕີຈະມີວົງຈອນການທຳງານພື້ນຖານ 4 ຢ່າງ (IPOS Cycle) ຄື:
- ຮັບຂໍ່້ມູນ(Input) ເຄື່ອງຄອມພິເຕີຈະທຳການຮັບຂໍ້ມູນ ຈາກໜ່ວຍຮັບຂໍ່້ມູນ (Input Unit) ເຊັ່ນ: ຄີບອດ (Keyboard), ເມົາສ໌ (Mouse), ເຄື່ອງສະແກນເນີ (Scanner) ແລະ ອື່ນໆ...
- ປະມວນຜົນ (Processing) ເຄື່ອງຄອມພິວເຕີຈະທຳການປະມວນຜົນກັບຂໍ້ມູນ ເພື່ອແປງໃຫ້ຍູ່ໃນຮູບອື່ນຕາມທີ່ຕ້ອງການ
- ສະແດງຜົນ (Output) ເຄື່ອງຄອມພິວເຕີຈະໃຫ້ຜົນຮັບຈາກການປະມວນຜົນອອກມາທີ່ໜ່ວຍສະແດງຜົນຮັບ (Output Unit) ເຊັ່ນ: ເຄື່ອງພິມ (Printer), ຈໍພາບ (Monitor), ລຳໂພງ (Speaker) ,ແລະ ອື່ນໆ...
- ເກັບຂໍ້ມູນ(Storage)ເຄື່ອງຄອມພິວເຕີຈະທຳການເກັບຜົນຮັບຈາກການປະມວນຜົນໄວ້ໃນໜ່ວຍເກັບຂໍ້ມູນເພື່ອໃຫ້ນຳມາໃຊ້ໃໝ່ໄດ້ໃນອະນາຄົດ