2/24/2555
-ຊູບເປີຄອມພິວເຕີ (SuperComputer)
ຊູບເປີຄອມພິວເຕີ (SuperComputer) ເປັນຄອມພິວເຕີທີ່ມີປະສິດທິພາບ ສູງສຸດ ແລະ ມີຄວາມໄວໃນການປະມວນຜົນສູງເມື່ອທຽບ ກັບຄອມພິວເຕີຊະນິດອື່ນໆ ແລະ ມີລາຄາແພງຫຼາຍ ມີຂະໜາດໃຫຍ່ ສາມາດປະມວນຜົນທາງຄະນິດສາດ ໃດ້ຫຼາຍແສນລ້ານຄັ້ງຕໍ່ວິນາທີ ໃດ້ຖືກອອກແບບເພື່ອໃຫ້ແກ້ໃຂບັນຫາຂະໜາດໃຫຍ່ທາງວິທະຍາສາດ ແລະ ວິສາວະກຳສາດໄດ້ຢ່າງວ່ອງໄວ ດັ່ງນັ້ນ ມັນຈິ່ງຖືກນຳໃຊ້ເຂົ້າໃນວຽກງານຕ່າງໆເຊັ່ນ: ການພະຍາກອນອາກາດລ່ວງໜ້າເປັນເວລາຫຼາຍວັນ, ການວິໃຈຂີປະນາວຸດ, ໂຄງການອາວະກາດສະຫະລັດ (NASA) ຫຼື ການສື່ສານດາວທຽມ…ການເຮັດວຽກກັບງານເຫຼົ່ານີ້ອາດຈະໃຊ້ເວລາການຄຳນວນຫຼາຍປີ ແຕ່ Super Computer ໃຊ້ເວລາບໍ່ເຖິງນາທີ ເທົ່ານັ້ນ
สมัครสมาชิก:
ส่งความคิดเห็น (Atom)
ຊູບເປີຄອມພິວເຕີ
ตอบลบ