2/17/2555

- ຄຸນປະໂຫຍດຂອງຄອມພິວເຕີ

ຈາກ​ການ​ທີ່​ຄອມ​ພິວ​ເຕີ​ມີ​ລັກສະນະ​ເດັ່ນ​ຫຼາຍ​ ປະການ ​ເຮັດ​ໃຫ້​ຖືກ​ນຳ​ມາ​ໃຊ້​ປະ​ໂຫຍ​ດຕໍ່​ການ​ດຳ​ເນີນຊີວິດ​ປະຈຳ​ວັນ​ໃນ​ສັງຄົມ​ ເປັນ​ເປັນ​ຢ່າ​ງຫຼວງ​ຫຼາຍ ທີ່​ມັກ​ພົບ​ເຫັນ​ທີ່​ສຸດ​ຄ ການ​ໃຊ້​ໃນານ​ພິບ​ເອກະສານ​ຕ່າງໆ ​ເຊັ່ນ: ພິມຈົດໝາຍ, ບົດ​ລາຍ​ງານ, ​ເອກະສານ​ຕ່າງໆ ​ເຊິ່ງ​ເຊິ່ງ​ເອີ້ນ​ວ່າ: ງານ​ປະມວນ​ຜົນ (word processing) ນອຈາກ​ນີ້​ຍັງ​ມີ​ການ​ ປະຍຸກ​ໃຊ້​ຄອມ​ພິວ​ເຕີ​ໃນ​ດ້ານ​ຕ່າງໆ​ອີກຫຼາຍ​ດ້ານ​ ດັ່ງ​ນີ້:
1/- ວຽກ​ງານ​ທຸລະ​ກິດ: ​ ເຊັ່ນ: ບໍລິສັດ, ຮ້ານ​ຄ້າ​, ຫ້າງ​ສັບພະ​ສິນຄ້າ, ຕະຫຼອດ​ຈົນ​ໂຮງງານ​ຕ່າງໆ ​ໃຊ້​ຄອມ​ພິວ​ເຕີ​ໃນ​ການ​ບັນຊີ, ງານ​ປະມວນ​ຄຳ ​ແລະ ຕິດ​ຕໍ່​ກັບ​ໜ່ວຍ​ ງານ​ພາຍ​ນອກ ຜ່ານ​ລະບົບ​ໂທລະ​ຄົມມະນາຄົມ ນອກ​ນີ້​ງານ​ອຸດ​ສາ​ຫະກຳ ສ່ວນ​ໃຫຍ່​ກໍ່​ໃຊ້​ຄອມ​ພິວ​ເຕີ​ມາ​ຊ່ວຍ​ຄວບ​ຄຸມ​ໃນ​ການ​ຜະລິດ ​ແລະ ການ​ປະກອບຊິ້ນ​ສ່ວນ​ຂອງ ​ອຸປະກອນ​ຕ່າງໆ ​ເຊັ່ນ: ​ໂຮງງານປະກອບ​ລົດຍົນ ​ເຊິ່ງ​ເຮັດ​ໃຫ້ການ​ຜະລິດ​ມີ​ຄຸນ​ນະພາ​ບດີ​ຂື້ນບໍລິສັດ​ຍັງ​ສາມາດ​ຮັບ ຫຼື ງານ​ທະນາຄານ​ທີ່​ໃຫ້​ບໍລິການ​ຖອນ ​ເງິນຜ່ານ​ຕູ້​ຖອນ​ເງິນ​ອັດຕະ​ໂນ​ມັດ (ATM) ​ແລະ ​ໃຊ້​ຄອມ​ພິວຕີຄິດ​ໄລ່​ດອກ​ເບ້ຍ​ໃຫ້​ກັບ​ຜູ້ຝາກ​ເງິນ ​ແລະ ການ​ໂອນ​ເງິນ ລະຫວ່າງ​ບັນຊີ ​ເຊື່ອງ​ໂຍງ​ກັນ​ເປັນ​ລະບົບ ​ເຄືອ​ຄ່າ​ຍ
1/- ວຽກ​ງານ​ວິທະຍາສາດ, ການ​ແຜດ ​ແລະ ວຽກ​ງານ​ສາທາລະນະ​ສຸກ: ສາມາດນຳ​ຄອມ​ພິວ​ເຕີ​ໃນ​ສ່ວນ​ຂອງ​ການຄຳນວນ​ທີ່​ຄ້ອນ​ຂ້າງ​ຊັບ​ຊ້ອນ ​ເຊັ່ນ: ງານ​ ສຶກສາ​ ໂມ​ເລ​ກູນສານ​ເຄມີ, ວິຖີ​ການ​ໂຄຈອນຂອງ​ການ​ສົ່ງ​ຈະ​ຫຼວດ​ໄປສູ່ອາ​ວະ​ກາດ ຫຼື ງານ​ທະບຽນ, ການ​ເງິນ, ສະ​ຖີຕິ ​ແລະ ​ເປັນ​ອຸປະກອນ​ສຳລັບ​ການ ກວດ​ຮັສາ​ໂລກ ​ໄດ້ ​ເຊິ່ງ ຈະ​ໃຫ້​ຜົນ​ທີ່​ແນ່ນອນກວ່າ​ກາ​ນກວດ​ດ້ວຍ​ເຄມີ​ແບບ​ເດີມ ​ແລະ ​ໃຫ້ການ​ຮັສາ​ໄດ້​ຢ່າງ​ວ່ອງ​ໄວ​ຂື້ນ
2/- ວຽງານ​ຄົມມະນາຄົມ​ ​ແລະ ສື່ສານ: ​ໃນ​ສ່ວນ​ທີ່​ກ່ຽວ​ກັບານ​ເດີນທາງ ຈະ​ໃຊ້​ຄອມ​ພິວ​ເຕີ​ໃນ​ການຈອງ​ວັນ​ເວລາ,ທີ່​ນັ່ງ ​ເຊິ່ງມີ​ການ​ເຊື່ອ​ມ​ໂຍງ​ໄປ​ທຸກ​ສະຖານີ ຫຼື ທຸ​ກ ສາຍ​ການບິນ​ໄດ້ ​ເຮັດ​ໃຫ້​ສະດວກຕໍ່​ຜູ້​ເດີນທາງທີ່​ບໍ່​ຕອງ​ເສຍ​ເວລາລໍຖ້າ ອີກ​ທັງ​ຍັງ​ໃຊ້​ໃນ​ການ​ຄວບ​ຄຸ​ມການ​ຈະລະ​ຈອນ ​ເຊັ່ນ: ​ໄຟ​ສັນຍາ​ຈາລະ​ຈອນ ​ແລະ ການ​ຈາລະ​ ຈອນ​ທາງ​ອາກາດ ຫຼື ​ໃນການ​ສື່ສານ​ກໍ່​​ໃຊ້​ໃນ​ການ​ຄວບ​ຄຸ​ມການ​ໂຄຈອນຂອງ​ດາວ​ທຽມ​ເພື່ອ​ໃຫ້​ຢູ່ ​ໃນ​ວົງ​ໂຄຈອນ ​ເຊິ່ງຈະ​ຊ່ວຍ​ສົ່ງ​ຜົນ​ຕໍ່​ການ​ສົ່ງ​ສັນຍານ​ໃຫ້​ລະບົບ​ການ ​ສື່ສານມີ​ຄວາມ​ຊັດ​ເຈນ
3/- ວຽກ​ງານ​ວິ​ສາວະ​ກຳ ​ແລະ ສະຖາປັດຕະຍະກຳ: ສະຖາ​ປາ​ນິກ ​ແລະ ວິ​ສາວະ​ກຳ​ສາມາດ​ໃຊ້​ຄອມ​ພິວ​ເຕີ​ໃນ​ການ​ອອກ​ແບບ ຫຼື ຈຳລອງ​ສະພາວະ​ການ ຕ່າງໆ ​ເຊັ່ນ: ການ​ຮັບ​ແຮງ​ສັ່ນ​ສະ​ເທືອ​ນຂອງ​ອາຄານ​ເມື່ອ​ເກີດ​ແຜ່ນດິນ​ໄຫວ​ໂດຍ​ຄອມ​ພິວ​ ເຕີ​ຈະ​ຄຳນວນ ​ແລະ ສະ​ແດງ​ພາບ​ສະຖານະ​ການ​ທີ່​ໄກ້​ຄຽງ​ຄວາມ​ຈິງ ລວມທັງ​ການ​ ໃຊ້​ຄວບ​ຄຸມ ​ແລະ ຕິດຕາມຄວາມ​ກ້າວໜ້າ​ຂອງ​ໂຄງການ​ຕ່າງໆ ​ເຊັ່ນ: ຄົນ​ງານ, ​ເຄື່ອງມ ​ແລະ ຜົນ​ການ​ທຳ​ງານ
4/- ວຽກ​ງານ​ລາຊະການ: ​ເປັນ​ໜ່ວຍ​ງານ​ທີ່​ໃຊ້​ຄອມ​ພິວ​ເຕີ​ຫຼາຍ​ທີ່​ສຸດ ​ໂດຍ​ມີ​ການ​ໃຊ້​ຫຼາຍ​ຮູບ​ແບບ ທັງ​ນີ້​ຂື້ນ​ຢູ່ກັບ​ບົດ​ບາດ ​ແລະ ໜ້າ​ທີ່​ຂອງ​ໜ່ວຍງານ​ນັ້ນໆ ​ເຊັ່ນ​: ກະຊວງ​ສຶກສາ​ທິການ ມີ​ການ​ໃຊ້​ລະບົບ​ປະຊຸມທາງ​ໄກ​ຜ່ານ​ຄອມ​ພິວ​ເຕີ, ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ໄດ້​ຈັດ​ລະບົບ​ເຄືອ​ຄ່າ​ຍອິນ​ເຕີ​ເນັດ ​ເພື່ອ​ເຊື່ອ​ມ​ໂຍງ​ ໄປ​ຍັງ​ສະ​ຖາ​ບັນ​ຕ່າງໆ, ກົມ​ຊັບພະຍາ​ອນ ​ໃຊ້​ໃນ​ການຈັດ​ເກັບ​ພາສີ, ບັນທຶການ​ເສີຍ​ພາສີ ​ເປັນຕົ້ນ.
5/-ວຽກ​ງານການ​ສຶກສາ: ​ໄດ້​ແກ່ ການ​ໃຊ້​ຄອມ​ພິວ​ເຕີທາງ​ດ້ານ​ການ​ຮຽນ​ການ​ສອນ ​ເຊິ່ງມີານນຳ​ຄອມ​ພິວ​ເຕີມາ​ຊ່ວຍ​ການ​ສອນ​ໃນ​ລັກສະນະບົດຮຽນ CAI ຫຼ ງານ​ທະບຽນ ​ເຊິ່ງ​ເຮັດ​ໃຫ້​ສະດວກ​ຕໍ່​ການຄົ້ນຫາ​ຂໍ້​ມູນນັຮຽນ , ການ​ເກັບ​ຂໍ້​ມູນ​ຢືມ ​ແລະ ສົ່ງປື້​ມຫ້ອງ​ສະໝຸດ

ไม่มีความคิดเห็น:

แสดงความคิดเห็น