ປະຈຸບັນນີ້ຄົນສ່ວນໃຫຍ່ນີຍົມນຳຄອມພິວເຕີມານຳໃຊ້ງານຕ່າງ ໆ ຫຼາຍຂື້ນ ເຊີ່ງຜູ້ໃຊ້ສວ່ນໃຫຍ່ມັກ
ຈະຄິດວ່າຄອມພີວເຕີເປັນເຄື່ອງມືທີ່ສາມາດທຳງານໄດ້ສາລະພັດ ແຕ່ຜູ້ມີຄວາມຮູູ້ທາງດ້ານຄອມພິວເຕີຈະຊາບ ວ່າວຽກງານທີ່ເໝາະກັບການນຳຄອມພິວເຕີມາໃຊ້ງານຍ່າງຍິ່ງຄື: ການສ້າງສາລະສົນເທດ ເຊິ່ງສາລະສົນເທດ ເຫຼົ່ານັ້ນສາມາດນຳມາພິມອອກທາງເຄື່ອງພິມ, ສົ່ງຜ່ານເຄືອຄ່າຍຄອມພິວເຕີ ຫຼື ເກັບໄວ້ໃຊ້ໃນອະນາຄົດກໍ່ໄດ້ ເນື່ອງຈາກຄອມພິວເຕີມີຄຸນສົມບັດຕ່າງໆ ຄື:
1 ຄວາມໄວ (Speed) ຄອມພິວເຕີປະຈຸບັນນີ້ສາມາດທຳງານໄດ້ເຖິງຮ້ອຍລ້ານຄຳສັ່ງໃນໜຶ່ງວິນາທີ
2 ຄວາມເຊື່ອຖື (reliable) ຄອມພິວເຕີໃນປະຈຸບັນນີ້ຈະເຮັດວຽກໄດ້ທັງກາງເວັນ ແລະ ກາງຄືນໂດຍບໍ່ມີຂໍ້ຜິດ ພາດ ແລະ ບໍ່ຮູ້ອິດຮູ້ເໝື່ອຍ
3 ຄວາມຖືກຕ້ອງແມ້ນຢຳ(Accurlate) ວົງ ຈອນຂອງຄອມພິວເຕີນັ້ນຈະໃຫ້ຜົນຂອງການຄຳນວນທີ່ຖືກຕ້ອງສະ ເໝີ ຫາກຜົນການຄຳນວນຜິດຈາກທີ່ຄວນຈະເປັນມັກເກີດຈາກຄວາມຜິດພາດຂອງ ໂປຣແກຣມ ຫຼື ຂໍ້ມູນທີ່ເຂົ້າສູ່ ໂປຣແກຣມ
4 ເກັບຂໍ້ມູນຈຳນວນຫຼວງຫຼາຍໄດ ້(Store Massive Amounts of Information) ໄມໂຄຣຄອມພິວເຕີໃນປັດຈຸບັນ ຈະມີທີ່ເກັບຂໍ້ມູນສຳຮອງທີ່ສູງຫຼາຍກວ່າພັນລ້ານຕົວອັກສອນ ແລະ ສຳລັບຄອມພິວເຕີຂະໜາດໃຫຍ່ຈະສາມາດເກັບຂໍ້ມູນໄດ້ຫຼາຍກວ່າພັນ ລ້ານໆ ຕົວອັກສອນ
5 ຍ້າຍຂໍ້ມູນຈາກທີ່ໜື່ງໄປອີກທີ່ໜຶ່ງໄດ້ຢ່າງວ່ອງໄວ (Move Information)ໂດຍ ການຕິດຕໍ່ສື່ສານຜ່ານລະບົບເຄືອຄ່າຍຄອມພິວເຕີ ເຊິ່ງສາມາດສົ່ງພົດຈະນານຸກົມໜຶ່ງເຫຼັ້ມໃນ ຮູບຂອງຂໍ້ມູນອີເລັກໂທຣນິກ ໄປຍັງຄອມພິວເຕີທີ່ຢູ່ໄກຄົນລະຊີກໂລກໄດ້ໃນເວລາບໍ່ເຖິງໜຶ່ງ ວິນາທີ ເຮັດໃຫ້ມີການເອີ້ນເຄືອຄ່າຍຄອມພິວເຕີທີ່ເຊື່ອມໂຍງກັນທົ່ວໂລກ ໃນປະຈຸບັນວ່າ “ທາງ ດ່ວນສາລະສົນເທດ (Information Superhighway)”
ຜູ້ທີ່ສົນໃຈສຶກສາທາງດ້ານ ຄອມພິວເຕີ ຈະຕ້ອງສຶກສາຫຼັກການທຳງານພື້ນຖານຂອງຄອມພິວເຕີ ແລະ ໂປຣແກຣມປະຍຸກຕ່າງໆ ລວມທັງຈະຕ້ອງສຶກສາຜົນກະທົບຂອງ ຄອມພິວເຕີທີ່ກະທົບຕໍ່ສັງຄົມໃນປະຈຸບັນ ທັງໃນແງ່ບວກ ແລະ ແງ່ລົບ ໂດຍໃນແງ່ບວກນັ້ນຈະເຫັນໃດ້ງ່າຍຈາກສະພາບແວດລ້ອມທົ່ວໄປ ນັ້ນຄື: ເຮັດໃຫ້ສາມາດເຮັດ ວຽກງານໄດ້ຢ່າງສະດວກ ແລະ ວ່ອງໄວຂື້ນ ເລີ້ມຕັ້ງແຕ່ການຈັດເກັບເອກະສານ, ການຂຽນຈົດໝາຍ, ການເຮັດໜັງສືພິມ ແລະ ວາລະສານຕ່າງໆ, ການຝາກ-ຖອນເງິນ ທະນາຄານ, ການຈ່າຍເງິນຄ່າສິນຄ້າອອນໄລນ໌,ການກວດຄວາມຜິດປົກກະຕິຂອງເດັກນອຍໃນ ທ້ອງແມ່ ແລະ ໃນວົງການແຜດອື່ນໆຫຼວງຫຼາຍ
ໃນແງ່ລົບກໍ່ມີຫຼາຍຢ່າງ ເຊັ່ນ:
1/-ໂຮງການະລິດອຸປະກອນຄອມພິວເຕີນັ້ນຕ້ອງໃຊ້ສານເຄມີເປັນຈຳນວນຫຼາຍ ເຊິ່ງຈະກໍ່ໃຫ້ເກີດມົນລະພິດຕ່າງໆ.
2/- ຜູ້ ໃຊ້ອາດມີການເຈັບປ່ວຍທີ່ເກີດຈາກການເຮັດວຍກກັບຄອມພິວເຕີເປັນ ເວລາດົນໆ ເຊັ່ນ: ອາດຈະມີການປວດຫຼັງທີ່ເກີດຈາການນັ່ງຢູ່ໜ້າຄອມດົນໆ ຫຼື ອາດເກີດອາການ Crapal Tunnel Syndrome (CTS) ເຊິ່ງເປັນການເຈັບປວດທີ່ເກີດຈາກເສັ້ນປະສາດຖືກກົດທັບເປັນເວລາ ດົນໆ ແລະ ອາດຈະມີອັນຕະລາຍຈາກລັງສີທີ່ອອກມາຈາກຈໍຄອມພິວເຕີ ແລະ ໂລກ ອື່ນໆ ອີກຫຼາຍ
3/- ຖ້າຄອມພີວເຕີທຳງານຜິດພາດໃນລະບົບທີ່ສຳຄັນອາດຈະເປັນອັນຕະລາຍ ກັບຊີວິດມະນຸດໄດ້ ເຊັ່ນ: ການໃຊ້ຄອມພິວເຕີຄວບຄຸມການຈາລະຈອນທາງອາກາດ ເປັນຕົ້ນ.
ไม่มีความคิดเห็น:
แสดงความคิดเห็น